Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

Daniil ແລະ David Liberman ໄດ້ປະກາດຂາຍຫຸ້ນໃນຕົວພວກເຂົາເອງ. ພວກເຂົາເຊີນຊວນຜູ້ຄົນມາລົງທຶນໃນຊີວິດຂອງພວກເຂົາ ເຊິ່ງເປັນກ້າວໃໝ່ໃນຂະບວນການປ່ຽນມະນຸດໃຫ້ກາຍເປັນບໍລິສັດ. ແລ້ວມັນແມ່ນຫຍັງ? ເປັນຕົວຢ່າງຂອງຄວາມຫຼົງຕົນເອງແລະຄວາມຫຼົງໃນຕົວເອງ ຫຼືເປັນແນວທາງໃໝ່ທີ່ປະຕິວັດໃນການຂາຍຊັບສິນທົ່ວໄປ?
ຫຼາຍຄົນອາດບໍ່ຮູ້ດ້ວຍຊ້ຳວ່າພີ່ນ້ອງ Liberman ແມ່ນໃຜ. ແຕ່ພວກເຂົາສ້າງຊື່ສຽງໃຫ້ຕົນເອງໃນໂລກເຕັກໂນໂລຊີອັນຫຼູຫຼາຂອງລັດ California. Daniil ແລະ David ເຮັດວຽກກັບບໍລິສັດໃໝ່ ແລະໂຄງການລົງທຶນທີ່ມີຄວາມສ່ຽງສູງ. ນອກນັ້ນ ພວກເຂົາຍັງເປັນນັກປະກອບການຕໍ່ເນື່ອງທີ່ມີຊື່ສຽງ ແລະເປັນຜູ້ສ້າງຜົນສຳເລັດ ຜູ້ທີ່ຟື້ນຟູບໍລິສັດທີ່ Snapchat ເປັນເຈົ້າຂອງ.



ອີກຄັ້ງໜຶ່ງ ສອງພີ່ນ້ອງກຳລັງລະດົມທຶນໃຫ້ກັບບໍລິສັດໃໝ່ອີກແຫ່ງ ທີ່ອາດປະສົບຜົນສຳເລັດ. ແຕ່ຄັ້ງນີ້ສະຖານະການແຕກຕ່າງອອກໄປ ເພາະພວກເຂົາສະເໜີໃຫ້ນັກລົງທຶນ ຊື້ຫຸ້ນໃນຕົວພວກເຂົາເອງ ແທນທີ່ຈະຂາຍຫຸ້ນໃນບໍລິສັດທົ່ວໄປ,
ເລື່ອງນີ້ບໍ່ໄດ້ກ່ຽວກັບເງິນພຽງຢ່າງດຽວ. ຕາມຖະແຫຼງການທາງການຂອງ Liberman ພວກເຂົາເຊື່ອວ່າໂຄງການໃໝ່ (ບໍລິສັດ) ທີ່ຊື່ວ່າ “People Company” ຈະໄດ້ເຂົ້າຈົດທະບຽນໃນຕະຫຼາດຫຸ້ນໃນທີ່ສຸດ. ເປົ້າໝາຍຫຼັກບໍ່ແມ່ນພຽງແຕ່ການສ້າງຜົນປະໂຫຍດທາງການເງິນ ແຕ່ຍັງເພື່ອຫຼຸດຜ່ອນຄວາມເຫຼື່ອມລ້ຳໃນສັງຄົມສະຕະວັດທີ 21.
ເວົ້າກັນຕາມຕົງ ແນວຄິດນີ້ຟັງແລ້ວຄ້າຍຈະໂງ່ເກີນຈິງ. ຜູ້ຄົນມອງຫາເຄື່ອງມືລົງທຶນທີ່ໝັ້ນຄົງ ແລະມີໂອກາດສ້າງຜົນກຳໄລ. ຊັບສິນຄວນມີລາຍງານຂອງບໍລິສັດ, ສະຖານະການເງິນ ແລະປັດໄຈອື່ນໆຮອງຮັບ ເພື່ອຢືນຢັນຄວາມໝັ້ນຄົງຂອງຊັບສິນນັ້ນ. ຢ່າງໜ້ອຍ ນັກລົງທຶນຄວນມີຂໍ້ມູນບາງຢ່າງໃຫ້ວິເຄາະ. ໃນກໍລະນີຂອງພີ່ນ້ອງ Liberman ສິ່ງດຽວທີ່ພວກເຮົາພໍອາໄສໄດ້ກໍຄືຜົນກວດຄື້ນໄຟຟ້າຫົວໃຈ, ສະພາບຮ່າງກາຍ ແລະຜົນກວດສຸຂະພາບຂອງພວກເຂົາ.
ມັນຄົງບໍ່ແມ່ນທາງເລືອກລົງທຶນທີ່ດີທີ່ສຸດ ແມ່ນບໍ? ຄວນມອງຫາສິ່ງທີ່ໜ້າເຊື່ອຖືກວ່າໃນໄລຍະຍາວ ເຊັ່ນ ຄຳ ເປັນຕົ້ນ. ເມື່ອຄຳນຶງເຖິງຄວາມຕ້ອງການທີ່ເພີ່ມຂຶ້ນຕໍ່ທອງແດງ, ເງິນ ແລະຄຳໃນປັດຈຸບັນ ໂລຫະມີຄ່າເບິ່ງຄືຈະເປັນວິທີທີ່ປອດໄພທີ່ສຸດໃນການເກັບຮັກສາ ແລະເພີ່ມມູນຄ່າເງິນທຶນຂອງທ່ານ.