Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

Jeffrey Gundlach, CEO ຂອງ DoubleLine Capital, ໄດ້ເຜີຍແຜ່ການຄາດຄະເນໃນແງ່ລົບກ່ຽວກັບສະພາບເສດຖະກິດ. ຜູ້ຊ່ຽວຊານກ່າວວ່າ ພາວະຖົດຖອຍຈະເກີດຂຶ້ນໃນອີກບໍ່ກີ່ເດືອນ ໃນຂະນະທີ່ບັນຫາທາງເສດຖະກິດກໍາລັງເພີ່ມຂຶ້ນ.
ດັ່ງນັ້ນ ອາດຄາດໄດ້ວ່າ FED ຈະຫຼຸດອັດຕາດອກເບ້ຍເປັນຄັ້ງທີສອງໃນປີນີ້. ນັກຊື້ຂາຍເຫັນວ່າແຮງກົດດັນຕໍ່ເສດຖະກິດກຳລັງເພີ່ມຂຶ້ນ ແລະຄາດວ່າອັດຕາຫວ່າງງານຈະສູງຂຶ້ນ. ໃນທີ່ສຸດ FED ຈະຕ້ອງເລືອກລະຫວ່າງເງິນເຟີ້ກັບເສດຖະກິດ. ເມື່ອບັນຫາການປັບທິດທາງເສດຖະກິດແລະການຫວ່າງງານຮຸນແຮງຂຶ້ນ ພວກເຂົາກໍຈະບໍ່ມີທາງເລືອກນອກຈາກປ່ອຍໃຫ້ເງິນເຟີ້ເກີດຂຶ້ນ.



ບັນຫາຄື ການຫຼຸດອັດຕາດອກເບ້ຍໃນສະພາບເງິນເຟີ້ອາດເປັນຄວາມທ້າທາຍທີ່ຮັບມືໄດ້ຍາກ. ນະໂຍບາຍການເງິນແບບນີ້ຈະເພີ່ມແຮງກົດດັນຕໍ່ລາຄາທີ່ສູງຢູ່ແລ້ວ. ເວົ້າໃຫ້ເຂົ້າໃຈງ່າຍໆຄື FED ຈະຖືກບັງຄັບໃຫ້ໃຊ້ມາດຕະການຮຸນແຮງ ເພື່ອຕ້ານຜົນກະທົບຕໍ່ລະບົບການເງິນເມື່ອເຜີຊິນກັບພາວະຖົດຖອຍ. ໂດຍທົ່ວໄປ ມາດຕະການເຫຼົ່ານີ້ລວມມີການຜ່ອນຄາຍເຊີງປະລິມານ ແລະການໃຊ້ຈ່າຍເກີນດຸນ.
ດັ່ງນັ້ນ ພາວະເສດຖະກິດຖົດຖອຍຈະເກີດຂຶ້ນຢ່າງແນ່ນອນ. ຄຳຖາມດຽວຄືຈະຮຸນແຮງພຽງໃດ. ບັນຫາສະພາບຄ່ອງແມ່ນສັນຍານອັນຕະລາຍທີ່ຄວນຈັບຕາເບິ່ງ. ຊ່ອງຫວ່າງລະຫວ່າງຜົນຕອບແທນທີ່ໄດ້ຈາກລະບົບທະນາຄານກັບ T-bill ຈະກວ້າງຂຶ້ນ. ສະພາບຄ່ອງຈະຫຼຸດລົງ.
ວິທີຮັບມືກັບສະຖານະການທີ່ເຫັນໄດ້ຊັດທີ່ສຸດແມ່ນຂາຍຮຸ້ນເມື່ອລາຄາດີດຂຶ້ນ. ການຂາຍເມື່ອລາຄາອ່ອນຕົວເບິ່ງຄືວ່າເຮັດໄດ້ຍາກ ເມື່ອຄຳນຶງເຖິງຄວາມຜັນຜວນຂອງຕະຫຼາດ. ສິ່ງນີ້ເຮັດໃຫ້ Gold ເປັນສິນຊັບທີ່ໜ້າສົນໃຈສຳລັບພອດການລົງທຶນຂອງນັກຊື້ຂາຍ ເຖິງແມ່ນລາຄາຈະຍໍ້ລົງມາທີ່ $1,800. ເມື່ອຄຳນຶງເຖິງການຂຶ້ນອັດຕາດອກເບ້ຍຂອງ FED ແລ້ວ ແມ່ນແຕ່ແນວໂນ້ມຂາລົງເລັກນ້ອຍກໍເບິ່ງຄືວ່າເປັນສະຖານະການທີ່ດີ.