Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
MTrading Team • ມື້ນີ້

ຕະຫຼາດຫຸ້ນຕອບສະໜອງຕໍ່ຄວາມລົ້ມເຫຼວຂອງການເຈລະຈາຢຸດຍິງຣັດເຊຍ-ຢູເຄຣນ

ຕະຫຼາດຫຸ້ນຕອບສະໜອງຕໍ່ຄວາມລົ້ມເຫຼວຂອງການເຈລະຈາຢຸດຍິງຣັດເຊຍ-ຢູເຄຣນ

ການເຈລະຈາຢຸດຍິງຣັດເຊຍ-ຢູເຄຣນທີ່ລໍຄອຍມາດົນ ບໍ່ສາມາດບັນລຸຄວາມຄາດຫວັງຂອງຊາວໂລກໃນການຢຸດຄວາມຂັດແຍ່ງ. ຂະນະທີ່ຝ່າຍຕາເວັນຕົກຄ່ອຍໆປະກາດມາດຕະການຂວ້ຳບາດຕໍ່ຣັດເຊຍ ແລະປະເທດນີ້ກຳລັງຈະຖືກຕັດອອກຈາກ SWIFT, ຕະຫຼາດເອີຣົບຍັງຄົງຕອບສະໜອງດ້ວຍການປ່ຽນແປງຢ່າງຕໍ່ເນື່ອງ. ແຕ່ຄວາມເຊື່ອໝັ້ນຂອງນັກລົງທຶນດີຂຶ້ນ ຫຼັງຈາກຜົນສຳຫຼວດໂຮງງານຂອງຈີນສະແດງໃຫ້ເຫັນວ່າ ທັງພາກສ່ວນທາງການແລະພາກເອກະຊົນຍັງຄົງເຕີບໂຕ.

  • USD ກຳລັງແຂງຄ່າຂຶ້ນ. ດັດຊະນີເງິນໂດລາສະຫະລັດ ເຊິ່ງສະແດງມູນຄ່າຂອງ USD ທຽບກັບສະກຸນເງິນອື່ນ 6 ສະກຸນ ເພີ່ມຂຶ້ນ 0.1% ຢູ່ທີ່ 96.740.
  • ເງິນເຢນ ແລະເງິນຟຣັງສະວິດປັບຕົວລົງ ຫຼັງຈາກປັບຂຶ້ນແຮງທີ່ສຸດໃນຮອບ 7 ອາທິດ.
  • ລາຄານ້ຳມັນຍັງຄົງສູງຂຶ້ນ. ນ້ຳມັນ Brent ກຳລັງຟື້ນຕົວຈາກລາຄາສູງສຸດຂອງອາທິດກ່ອນທີ່ $105.79 ໂດຍປັບຂຶ້ນ 2.1% ມາຢູ່ທີ່ 99.98.
  • ລາຄາຄຳເພີ່ມຂຶ້ນ 0.5% ມາຢູ່ທີ່ 1,909.20.
  • ລາຄາ DAX ເພີ່ມຂຶ້ນ 0.8% ມາຢູ່ທີ່ 14,025.43.
  • ລາຄາດັດຊະນີ FTSE 100 ຫຼຸດລົງ 0.4% ມາຢູ່ທີ່ 7,342.55.

ໂດຍລວມແລ້ວ ແນວໂນ້ມລາຄາໃນອະນາຄົດຂອງສິນຊັບຍັງບໍ່ແນ່ນອນ ແຕ່ຍັງມີບາງແນວໂນ້ມທີ່ສາມາດນຳໃຊ້ໄດ້. ສ້າງກຳໄລຈາກຄວາມຜັນຜວນຂອງລາຄາກັບ MTrading, ໂດຍມີ ໂບຣກເກີທີ່ດີທີ່ສຸດສຳລັບມືໃໝ່ແລະມືອາຊີບ! 

ຫຼືຖ້າທ່ານຄິດວ່າຕ້ອງການເຂັມທິດທີ່ດີເພື່ອນຳທາງເຮືອການຊື້ຂາຍຂອງທ່ານຜ່ານຄວາມບໍ່ແນ່ນອນໃນຂະນະນີ້, ເພີ່ມໂອກາດໃນການຊະນະດ້ວຍ Copy Trading:

ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!