
ຄວາມຮູ້ສຶກຕະຫຼາດໂດຍລວມຍັງຄົງຊົບເຊົາ ແລະຊັກຊ້າໃນໄລຍະຫຼັງມານີ້ ຂະນະທີ່ນັກຊື້ຂາຍປະເມີນຂໍ້ມູນລ່າສຸດຈາກສະຫະລັດ ແລະຈີນຄືນອີກ ພ້ອມທັງຕິດຕາມທິດທາງຈາກຄວາມກັງວົນດ້ານພູມລັດສາດທີ່ກ່ຽວຂ້ອງກັບສົງຄາມອິສຣາແອນ-ຮາມາສ.
ເຖິງຢ່າງນັ້ນ ລາຄາຄຳແລະຜົນຕອບແທນພັນທະບັດປັບຂຶ້ນໃນຕະຫຼາດທີ່ບໍ່ແນ່ນອນ ໂດຍສະເພາະເມື່ອຂໍ້ມູນຈາກຈີນອອກມາໃນທາງບວກ. ແຕ່ເງິນໂດລາສະຫະລັດຍັງຖືກກົດດັນເປັນມື້ທີ 3 ຕິດຕໍ່ກັນ ເຮັດໃຫ້ສະກຸນເງິນກຸ່ມ Antipodean ແລະນ້ຳມັນດິບຍັງແຂງຄ່າຂຶ້ນ.
ຄວນກ່າວເຖິງວ່າ ລາຄາຄຳຂຶ້ນເຖິງລະດັບສູງສຸດໃນຮອບເດືອນ ແລະລາຄານ້ຳມັນດິບກໍພຸ່ງຂຶ້ນເຖິງລະດັບສູງສຸດໃນຮອບ 2 ອາທິດ. ນອກນັ້ນ AUDUSD ປັບຂຶ້ນຫຼາຍທີ່ສຸດໃນບັນດາຄູ່ເງິນ G10 ຫຼັງຈາກຄຳເຫັນເຊີງເຂັ້ມງວດຂອງ Bullock ຜູ້ວ່າການ RBA ອອກມາພ້ອມກັບຂໍ້ມູນຈາກຈີນທີ່ດີເກີນຄາດ. ນອກຈາກນີ້ GBPUSD ປັບຂຶ້ນເລັກນ້ອຍເຖິງແມ່ນວ່າເງິນເຟີ້ໃນອັງກິດຊະລໍຕົວລົງ ຂະນະທີ່ USDJPY ຍັງບໍ່ມີທິດທາງຊັດເຈນ ທ່າມກາງຜົນຕອບແທນພັນທະບັດທີ່ສູງຂຶ້ນ ແລະເງິນໂດລາສະຫະລັດທີ່ອ່ອນຄ່າ.
ໃນດ້ານອື່ນ BTCUSD ແລະ ETHUSD ປັບຕົວຂຶ້ນເລັກນ້ອຍ ທ່າມກາງຄວາມຄາດຫວັງໃນແງ່ດີຕໍ່ການອະນຸມັດ Spot Bitcoin ETF.
ຕໍ່ໄປນີ້ແມ່ນຄວາມເຄື່ອນໄຫວຫຼ້າສຸດຂອງສິນຊັບຫຼັກ:



ດັດຊະນີເງິນໂດລາສະຫະລັດ (DXY) ປັບຕົວລົງຕໍ່ເນື່ອງ 3 ມື້ ແລະຫຼຸດລົງມາຢູ່ທີ່ 106.00 ໃນເວລາລາຍງານຂ່າວ. ໃນຂະນະດຽວກັນ ເງິນໂດລາສະຫະລັດຫຼຸດທອນກຳໄລທີ່ເຮັດໄວ້ໃນອາທິດກ່ອນ ເຖິງແມ່ນວ່າຜົນຕອບແທນພັນທະບັດຈະສູງຂຶ້ນ ແລະຂໍ້ມູນສ່ວນໃຫຍ່ອອກມາດີ ແຕ່ກໍຍັງຖືກກົດດັນຈາກສະຖິຕິຈີນທີ່ອອກມາດີ.
ໃນວັນອັງຄານ ຍອດຂາຍຍ່ອຍຂອງສະຫະລັດປະຈຳເດືອນກັນຍາເພີ່ມຂຶ້ນ 0.7% ຈາກເດືອນກ່ອນ ທຽບກັບທີ່ຄາດການໄວ້ 0.3% ແລະຕົວເລກກ່ອນໜ້າ 0.8% (ປັບປຸງແລ້ວ). ຂະນະທີ່ຍອດຂາຍຍ່ອຍບໍ່ລວມລົດຍົນ ຫຼືທີ່ເອີ້ນວ່າຍອດຂາຍຍ່ອຍພື້ນຖານ ເພີ່ມຂຶ້ນ 0.6% ທຽບກັບຕົວເລກກ່ອນໜ້າ 0.9% (ປັບປຸງແລ້ວ) ແລະຄາດການຂອງຕະຫຼາດ 0.2%. ນອກຈາກນີ້ ຜົນຜະລິດພາກອຸດສາຫະກຳຂອງສະຫະລັດໃນເດືອນກັນຍາເພີ່ມຂຶ້ນ 0.3% ທຽບກັບຄ່າຄາດການແລະຕົວເລກກ່ອນໜ້າທີ່ 0.0%. ສ່ວນສິນຄ້າຄົງຄັງຂອງພາກທຸລະກິດໃນເດືອນສິງຫາເພີ່ມຂຶ້ນ 0.4% ທຽບກັບຄ່າຄາດການ 0.3% ແລະຕົວເລກກ່ອນໜ້າ 0.1%.
ສ່ວນຂໍ້ມູນຂອງຈີນ, ຜະລິດຕະພັນລວມພາຍໃນປະເທດ (GDP) ຂອງຈີນໃນໄຕມາດ 3 (Q3) ເຕີບໂຕ 1.3% ເທີຍບກັບໄຕມາດກ່ອນ (QoQ) ແລະ 4.9% ເທີຍບກັບປີກ່ອນ (YoY) ຕາມລຳດັບ, ສູງກວ່າຕົວເລກຄາດການຂອງຕະຫຼາດທີ່ 1.0% ແລະ 4.4%, ແຕ່ຜົນທີ່ອອກມາກັບປົນກັນເມື່ອທຽບກັບຄ່າກ່ອນໜ້າທີ່ 0.8% QoQ ແລະ 6.3% YoY. ນອກຈາກນີ້, ຜົນຜະລິດດ້ານອຸດສາຫະກຳຂອງຈີນສຳຫຼັບເດືອນກັນຍາກໍອອກມາທີ່ 4.5% YoY, ທຽບກັບທີ່ຄາດໄວ້ 4.3%. ສ່ວນການເຕີບໂຕຂອງຍອດຂາຍຍ່ອຍເພີ່ມຂຶ້ນເປັນ 5.5% YoY ຈາກຄ່າກ່ອນໜ້າ 4.6% ແລະຄ່າຄາດການຂອງຕະຫຼາດ 4.9%. ນອກເໜືອຈາກຂໍ້ມູນເຫຼົ່ານີ້, ຄຳເຫັນຂອງສີ ຈິ້ນຜິງ ຜູ້ນຳພັກຄອມມູນິດຈີນທີ່ສະເໜີໃຫ້ຍົກເລີກຂໍ້ຈຳກັດໃນການເຂົ້າເຖິງການລົງທຶນຈາກຕ່າງປະເທດໃນຂະແໜງການຜະລິດ ກໍ່ສົ່ງຜົນກົດດັນຕໍ່ເງິນໂດລາສະຫະລັດ.
ແຕ່ກອງທຶນການເງິນສາກົນ (IMF) ໄດ້ຫຼຸດຄາດການການເຕີບໂຕຂອງຈີນສຳລັບປີ 2023 ແລະ 2024 ລົງເປັນ 5.0% ແລະ 4.2% ຕາມລຳດັບ ຈາກຄາດການເດີມທີ່ 5.2% ແລະ 4.5%. ພ້ອມກັນນີ້ ກອງທຶນກ່າວວ່າການຟື້ນຕົວຂອງຈີນກຳລັງ “ສູນເສຍແຮງສົ່ງ” ແລະຊີ້ເຖິງຄວາມອ່ອນແອໃນຂະແໜງອະສັງຫາລິມະຊັບ. ຂ່າວນີ້ຄວນຈະເປັນແຮງໜູນໃຫ້ຝ່າຍຂາຍເງິນໂດລາສະຫະລັດ. ໃນທຳນອງດຽວກັນ ປະທານທະນາຄານກາງສະຫະລັດສາຂາ Minneapolis, Neel Kashkari, ໄດ້ກ່າວຢ້ຳຄຳເຫັນຕາມປົກກະຕິຂອງລາວວ່າ ເງິນເຟີ້ຍັງສູງເກີນໄປ.
ນອກຈາກນີ້ ສະພາຄອງເກຣັສສະຫະລັດໄດ້ເພີ່ມລະດັບມາດຕະການຮັກສາຄວາມປອດໄພ ແລະເພີ່ມກຳລັງຕຳຫຼວດໃນວັນພຸດ ໂດຍລະບຸວ່າອາດເກີດຄວາມບໍ່ສະຫງົບພາຍໃນ. ຂໍ້ກັງວົນນີ້ຍັງເພີ່ມຂຶ້ນຈາກຄວາມເປັນໄປໄດ້ທີ່ປະທານາທິບໍດີສະຫະລັດ Joe Biden ຈະຕັ້ງຄຳຖາມທີ່ເຂັ້ມຂົ້ນໃນອິດສະຣາເອນ ຂະນະພົບປະກັບຄອບຄົວຂອງຜູ້ເຄາະຮ້າຍ ແລະຕົວປະກັນຈາກການໂຈມຕີຂອງ Hamas ໃນລະຫວ່າງການຢ້ຽມຢາມ ເຊິ່ງອາດທົດສອບຝ່າຍຂາຍ.
ເຖິງແມ່ນວ່າຕົວເລກກ່ຽວກັບທີ່ຢູ່ອາໄສຂອງສະຫະລັດຈະອອກພ້ອມກັບການປາໄສຂອງ Fed ໃນວັນພຸດ ເພື່ອດຶງດູດຄວາມສົນໃຈຈາກນັກຊື້ຂາຍທີ່ເກັງກຳໄລຈາກແຮງສົ່ງຕໍ່ຂອງລາຄາ, ແຕ່ຂ່າວທີ່ກ່ຽວກັບອິດສະຣາເອນ ແລະ ຈີນຈະເປັນຈຸດສົນໃຈຫຼັກ ເນື່ອງຈາກປະທານາທິບໍດີ Biden ຂອງສະຫະລັດຢ້ຽມຢາມອິດສະຣາເອນ ແລະ Putin ຂອງຣັດເຊຍຢູ່ຈີນ. ຄຳເຫັນຂອງຜູ້ນຳທັງສອງອາດຊ່ວຍກຳນົດທິດທາງຂອງຕະຫຼາດພາຍໃນມື້ ແລະ ອາດກະຕຸ້ນໃຫ້ເງິນໂດລາສະຫະລັດຟື້ນຕົວ ຖ້າຂໍ້ມູນຂອງສະຫະລັດ ແລະ ການປາໄສຂອງ Fed ອອກມາໃນທາງບວກ.
ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!