Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
Denis Sergienko • ມື້ນີ້

ຝ່າຍຊື້ EURUSD ມີຄວາມຍິນດີ ເມື່ອທັດສະນະຕະຫຼາດແຂງແຮງຂຶ້ນກ່ອນການເຜີຍແຜ່ຂໍ້ມູນ/ເຫດການສຳຄັນ

ຝ່າຍຊື້ EURUSD ມີຄວາມຍິນດີ ເມື່ອທັດສະນະຕະຫຼາດແຂງແຮງຂຶ້ນກ່ອນການເຜີຍແຜ່ຂໍ້ມູນ/ເຫດການສຳຄັນ

ຕະຫຼາດປັບຕົວກັບຄືນຈາກທ່າຫຼີກລ່ຽງຄວາມສ່ຽງໃນຊ່ວງຕົ້ນມື້ຢ່າງຊັດເຈນ ເຖິງແມ່ນຍັງມີຄວາມກັງວົນເລື່ອງໂປແລນແລະຈີນ. ທັດສະນະໃນແງ່ດີເບິ່ງຄືຈະໄດ້ຮັບອິດທິພົນຈາກຄວາມຫວັງວ່າການຂຶ້ນອັດຕາດອກເບ້ຍຈະບໍ່ຮຸນແຮງ ໃນຂະນະທີ່ນັກຊື້ຂາຍລໍຖ້າຂໍ້ມູນຍອດຂາຍຍ່ອຍຂອງສະຫະລັດປະຈຳເດືອນຕຸລາ.

EURUSD ນຳໜ້າຝ່າຍຊື້ ທ່າມກາງຄວາມກັງວົນວ່າ ECB ຈະໃຊ້ນະໂຍບາຍເຂັ້ມງວດ ແລະຂໍ້ມູນຫຼ້າສຸດຈາກເຂດເອີໂຣທີ່ແຂງແຮງຂຶ້ນ ຂະນະທີ່ GBPUSD ບໍ່ປັບຕົວຂຶ້ນຕາມຕົວເລກເງິນເຟີ້ທີ່ສູງຂອງອັງກິດ. USDCNY ຢຸດທ່າຂາລົງຕໍ່ເນື່ອງ 5 ມື້ ທ່າມກາງຄວາມກັງວົນໃນແງ່ລົບກ່ຽວກັບຈີນ.

ລາຄາຄຳແລະນ້ຳມັນດິບບໍ່ສາມາດປັບຕົວຂຶ້ນໄດ້ ເຖິງແມ່ນເງິນໂດລາສະຫະລັດອ່ອນຄ່າລົງ ທ່າມກາງບັນຍາກາດລະມັດລະວັງ ແລະຂ່າວທີ່ຍັງບໍ່ຊັດເຈນກ່ຽວກັບການຍິງຈະຫຼວດໃນໂປແລນ.

BTCUSD ແລະ ETHUSD ພະຍາຍາມຮັກສາການຟື້ນຕົວໃນຊ່ວງ 2 ມື້ ທ່າມກາງຄວາມກັງວົນໃໝ່ຕໍ່ຕະຫຼາດຄຣິບໂຕ.

ເງື່ອນໄຂການຊື້ຂາຍດີທີ່ສຸດໃນອຸດສາຫະກຳ
ໂບນັດຝາກເງິນ
ສູງສຸດ 200% ໂບນັດຝາກເງິນ 
ສູງສຸດ 200%
Spread
ເລີ່ມຕົ້ນທີ່ 0 pip Spread 
ເລີ່ມຕົ້ນທີ່ 0 pip
ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ
ເຂົ້າຮ່ວມທັນທີ

ຕໍ່ໄປນີ້ແມ່ນຄວາມເຄື່ອນໄຫວຫຼ້າສຸດຂອງສິນຊັບຫຼັກ:

  • ນ້ຳມັນ Brent ຫຼຸດລົງຈາກການດີດຕົວຂຶ້ນໃນມື້ກ່ອນ ຫຼັງລົງໄປແຕະລະດັບຕ່ຳສຸດໃນຮອບ 3 ອາທິດ ໂດຍລາຄາຢູ່ໃກ້ $94.60 ໃນການຊື້ຂາຍຫຼ້າສຸດ.
  • ຄຳ ກໍມີແຮງຊື້ຂຶ້ນອ່ອນລົງ ໃນຂະນະທີ່ລາຄາຢູ່ໃກ້ລະດັບສູງສຸດໃນຮອບ 3 ເດືອນ ປະມານ $1,780.
  • ດັດຊະນີ USD ຍັງຖືກກົດດັນໃຫ້ມຸ່ງໜ້າໄປຫາລະດັບ 106.00 ໂດຍຫຼຸດລົງ 0.40% ແລະຢູ່ໃກ້ຈຸດຕ່ຳສຸດໃນຮອບ 3 ເດືອນ ໃນຂະນະທີ່ລາຍງານນີ້ຖືກຂຽນຂຶ້ນ.
  • ຫຸ້ນ ໃນເອີຣົບແລະອັງກິດມີແຮງຊື້ເພີ່ມຂຶ້ນເລັກນ້ອຍ ແຕ່ຫຸ້ນໃນເຢຍລະມັນປັບຕົວລົງເລັກນ້ອຍ. ນອກຈາກນັ້ນ Wall Street ປິດບວກເລັກນ້ອຍ ເຖິງແມ່ນທັດສະນະຕະຫຼາດຈະອ່ອນລົງໃນຊ່ວງທ້າຍ.
  • BTCUSD ແລະ ETHUSD ຕ່າງກໍຢຸດທ່າຂາຂຶ້ນຕໍ່ເນື່ອງ 2 ມື້ ເມື່ອຝ່າຍຂາຍເຂົ້າກົດດັນລາຄາໃນລະດັບ $16,800 ແລະ $1,250 ຕາມລຳດັບ.

ຄວາມຕ້ອງການຮັບຄວາມສ່ຽງປັບດີຂຶ້ນ ຫຼັງຈາກມີການຖອຍຕົວເລັກນ້ອຍ

ຂ່າວກ່າວຫາວ່າຣັດເຊຍໂຈມຕີໂປແລນ ປະເທດສະມາຊິກ NATO ໄດ້ກະຕຸ້ນບັນຍາກາດຫຼີກລ່ຽງຄວາມສ່ຽງໃນຕອນຄ່ຳວັນອັງຄານ ເມື່ອຜູ້ນຳໂລກຮີບຈັດປະຊຸມສຸກເສີນແລະສະແດງຄວາມພ້ອມທີ່ຈະດຳເນີນມາດຕະການ. ແຕ່ຕໍ່ມາ ຂ່າວທີ່ວ່າເຫດການນັ້ນເປັນການຍິງຜິດພາດຈາກຢູເຄຣນເພື່ອສະກັດຈະຫຼວດຂອງຣັດເຊຍ ເຊິ່ງເຮັດໃຫ້ຊາວໂປແລນ 2 ຄົນເສຍຊີວິດ ກໍຊ່ວຍຫຼຸດຄວາມກັງວົນຕໍ່ຄວາມສ່ຽງລົງ. ອີກປັດໄຈໜຶ່ງທີ່ກົດດັນທັດສະນະຕະຫຼາດຄື ຈຳນວນຜູ້ຕິດເຊື້ອ Covid ໃນຈີນທີ່ສູງສຸດນັບແຕ່ເດືອນເມສາ 2021.

ໃນທາງກົງກັນຂ້າມ ຄວາມຫວັງຕໍ່ມາດຕະການກະຕຸ້ນເສດຖະກິດເພີ່ມເຕີມຈາກປັກກິ່ງ ແລະທັດສະນະໃນແງ່ດີຂອງຜູ້ກຳນົດນະໂຍບາຍ ECB ທີ່ມີຂໍ້ມູນຫຼ້າສຸດສົນັບສະໜູນ ປະກອບກັບ PPI ຂອງສະຫະລັດທີ່ອ່ອນລົງ ໄດ້ຟື້ນຄືນບັນຍາກາດໃນແງ່ດີ ແລະກົດດັນເງິນໂດລາໃຫ້ອ່ອນຄ່າລົງ.

ຂ່າວອື່ນໆກ່ຽວກັບຄວາມເປັນໄປໄດ້ທີ່ BlockFi ຈະລົ້ມລະລາຍ ແລະທ່າທີເຂັ້ມງວດຂອງໜ່ວຍງານກຳກັບດູແລຂອງສະຫະລັດ ເຮັດໃຫ້ BTCUSD ແລະ ETHUSD ຍັງຢູ່ໃນສາຍຕາຂອງຝ່າຍຂາຍ.

  • ຊື້ຢ່າງແຂງແຮງ: USDJPY
  • ສັນຍານຂາຍແຮງ: ETHUSD
  • ຊື້: USD Index, USDCAD, Nasdaq, EURUSD
  • ຂາຍ: DAX, FTSE 100, ຄຳ, BTCUSD, AUDUSD

ຍອດຂາຍຍ່ອຍຂອງສະຫະລັດ ແລະປະທານ ECB Lagarde ຈະເປັນຈຸດສົນໃຈ

ເຖິງແມ່ນວ່າຄວາມເຄື່ອນໄຫວລ່າສຸດໃນຕະຫຼາດຈະກົດດັນເງິນໂດລາສະຫະລັດ, ແຕ່ຂໍ້ມູນສຳຄັນທີ່ກ່ຽວກັບຜູ້ບໍລິໂພກຫຼັງຈາກຂໍ້ມູນເງິນເຟ້ີຍັງລໍຖ້າການເຜີຍແຜ່. ຂໍ້ມູນນີ້ອາດດຶງດູດຜູ້ຊື້ເງິນໂດລາກັບຄືນມາໄດ້ ເພາະຜູ້ກຳນົດນະໂຍບາຍຂອງ Fed ຍັງບໍ່ໄດ້ສະແດງທ່າທີຜ່ອນຄາຍຈົນເຖິງຕອນນີ້. ໃນອີກດ້ານໜຶ່ງ, ຄວາມກັງວົນທີ່ວ່າອາດເກີດພາວະເສດຖະກິດຖົດຖອຍ ອາດຂັດຂວາງບໍ່ໃຫ້ Lagarde ປະທານ ECB ມີທ່າທີໃນແງ່ດີ ແລະອາດກົດດັນເງິນເອີໂຣ. ດັ່ງນັ້ນ ທ່ານຄວນລະມັດລະວັງກ່ອນເປີດສະຖານະຂະໜາດໃຫຍ່ ກ່ອນການປະກາດຜົນຕາມກຳນົດ.

ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!