
USDJPY ອ່ອນຄ່າລົງຈາກການດີດຕົວຂຶ້ນເພື່ອປັບຖານໃນມື້ກ່ອນ ຈາກຈຸດຕ່ຳສຸດໃນຮອບ 5 ເດືອນ ທ່າມກາງຕະຫຼາດທີ່ຊົບເຊົາ ໃນມື້ຊື້ຂາຍມື້ສຸດທ້າຍຂອງປີ 2023. ການເຄື່ອນໄໝນີ້ຍັງທຳໃຫ້ຄູ່ເງິນເອນຂະຫຍາຍການປັບຖານລົງຈາກ 200-SMA ໃນກາງສັປດານີ້ ເຖິງແມ່ນວ່າ RSI (14) ທີ່ຢູ່ໃນສາຍເກີນຂາຍ ແລະສັນຍານ MACD ທີ່ຊະງັກຊັກລັງເລ ຈະທ້າທາຍຝ່າຍຂາຍກໍຕາມ. ນອກຈາກນີ້ ເສັ້ນ Fibonacci retracement 50% ຂອງແນວຂຶ້ນຈາກເດືອນນີນຮອດເດືອນພະຈິກ ພ້ອມກັບຈຸດສູງສຸດຂອງເດືອນພຶດສະພາ ບໍຊ່ວຍພະຍຸງຄູ່ເງິນທີ່ບົງຊີ້ຄວາມສ່ຽງນີ້ໃນບໍລິເວນ 140.80. ແຕ່ຄວນສັງເກດວ່າ ຫາກຄູ່ເງິນນີ້ຍັງຊື້ຂາຍຕໍ່ເນື່ອງຕ່ໍໄປຕ່ຳກວ່າ 140.80 ກໍຈະມີໂອກາດທີ່ຈະລົງຫຼາຍຂຶ້ນ ໄປຫາໂນແນວຮັບຕາມແນວນອນກວ້າງ ຊຶ່ງຄອບຄຸມບັນດາຣະດັບທີ່ຖືກກໍານົດໄວ້ຕັ້ງແຕ່ຕົ້ນເດືອນນີນ, ຍູ່ລະຫວ່າງ 137.90-70.
ໃນຂະນະດຽວກັນ ການດີດຕົວຂຶ້ນເພື່ອປັບຖານອາດມີເປົ້າໝາຍຢູ່ລະດັບ 200-SMA ທີ່ 143.00 ໃນຂະນະທີ່ເສັ້ນແນວໂນ້ມຂາລົງທີ່ເລີ່ມມາໄດ້ 7 ອາທິດ ແລະຢູ່ໃກ້ລະດັບ 143.40 ໃນລ່າສຸດ ຈະທົດສອບແຮງຊື້ USDJPY ຕໍ່ໄປ. ຫາກຄູ່ເງິນເຢນສາມາດຮັກສາການຟື້ນຕົວໃຫ້ຜ່ານ 143.40 ໄປໄດ້ ຈຸດສູງສຸດຂອງເດືອນມິຖຸນາປະມານ 145.10 ຈະເປັນລະດັບເປົ້າໝາຍຂອງຝ່າຍຊື້. ຫຼັງຈາກນັ້ນ ກໍບໍ່ສາມາດຕັດໂອກາດຂອງການປັບຕົວຂຶ້ນຢ່າງຄ່ອຍເປັນຄ່ອຍໄປສູ່ 148.00 ແລະລະດັບຈິດຕະວິທະຍາ 150.00 ໄດ້.
ຄູ່ເງິນ USDJPY ມີແນວໂນ້ມຂາລົງ ເຖິງແມ່ນວ່າອາດຈະດີດຕົວຂຶ້ນເພື່ອປັບຖານໃນໄວໆນີ້.