Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
Denis Sergienko • ມື້ນີ້

ການປັບຂຶ້ນຂອງ GBPUSD ຍັງບໍ່ແນ່ນອນຕາບໃດທີ່ລາຄາຍັງຕ່ຳກວ່າ 1.1400

ການປັບຂຶ້ນຂອງ GBPUSD ຍັງບໍ່ແນ່ນອນຕາບໃດທີ່ລາຄາຍັງຕ່ຳກວ່າ 1.1400

ການອ່ອນຄ່າຂອງເງິນໂດລາສະຫະລັດທຽບກັບສະກຸນເງິນສ່ວນໃຫຍ່ໃນວັນສຸກ ຊ່ວຍໃຫ້ GBPUSD ດີດຕົວຈາກແນວຮັບທີ່ມີມາໄດ້ 3 ອາທິດ. ແຕ່ການຟື້ນຕົວນີ້ຕ້ອງຜ່ານແນວຕ້ານປະຈຳເດືອນທີ່ປະມານ 1.1400 ໃນເວລາທີ່ຂຽນຂ່າວ ຈຶ່ງຈະຢືນຢັນທິດທາງໄດ້. ຫຼັງຈາກນັ້ນ ຈຸດສູງສຸດປະຈຳເດືອນທີ່ປະມານ 1.1490 ອາດເປັນດ່ານຊະລໍຕົວກ່ອນທີ່ລາຄາຈະມຸ່ງໜ້າໄປຫາຈຸດສູງສຸດໃນເດືອນກັນຍາ ໃກ້ລະດັບ 1.1740. ຖ້າລາຄາປັບຂຶ້ນຜ່ານ 1.1740 ໄປໄດ້ ຈຸດຕ່ຳສຸດໃນເດືອນກໍລະກົດໃກ້ 1.1760 ອາດເປັນແນວປ້ອງກັນດ່ານສຸດທ້າຍຂອງຝ່າຍຂາຍ ກ່ອນທີ່ລະດັບຈິດວິທະຍາ 1.2000 ຈະດຶງດູດຝ່າຍຊື້.

ຂະນະດຽວກັນ ຝ່າຍຂາຍຍັງລັງເລ ຕາບໃດທີ່ລາຄາຍັງຢູ່ເໜືອແນວຮັບທີ່ລາດຂຶ້ນຈາກວັນທີ 29 ກັນຍາ ເຊິ່ງຢູ່ໃກ້ 1.1060 ໃນເວລາທີ່ຂຽນຂ່າວ. ຖ້າຝ່າຍຂາຍ GBPUSD ສາມາດກົດລາຄາໃຫ້ຫຼຸດຕ່ຳກວ່າແນວຮັບ 1.1060 ໄດ້ ກໍບໍ່ອາດຕັດຄວາມເປັນໄປໄດ້ທີ່ລາຄາຈະປັບລົງຫາຈຸດຕ່ຳສຸດປະຈຳເດືອນ ປັດຈຸບັນຢູ່ປະມານ 1.0925. ນອກຈາກນັ້ນ ຖ້າລາຄາອ່ອນຕົວຜ່ານ 1.0925 ອາດຈະຢຸດຢູ່ໃກ້ 1.0760 ແລະ 1.0630 ກ່ອນຈະກັບໄປທົດສອບຈຸດຕ່ຳສຸດເປັນປະຫວັດການທີ່ເຫັນໃນເດືອນກ່ອນ ປະມານ 1.0355.

ໂດຍລວມ GBPUSD ຫຼຸດການສູນເສຍຂອງເດືອນກ່ອນລົງໄດ້ບາງສ່ວນ ແຕ່ສະຖານະການຍັງບໍ່ປອດໄພ.

ຕິດຕາມພວກເຮົາໄດ້ທີ່FB ແລະ Twitter ເພື່ອຕິດຕາມຂ່າວສານລ່າສຸດກ່ຽວກັບເຫດການໃນຕະຫຼາດ.