Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

ໃນອາທິດນີ້ EURUSD ຍັງຄົງອ່ອນຕົວ ຂະນະທີ່ກຳລັງເຂົ້າສູ່ການເຜີຍແຜ່ບົດລາຍງານການປະຊຸມນະໂຍບາຍການເງິນ ECB ທີ່ສຳຄັນ. ເຖິງຢ່າງນັ້ນ 200-SMA ແລະເສັ້ນແນວໂນ້ມຂາຂຶ້ນທີ່ເລີ່ມຈາກວັນທີ 24 ພະຈິກ ຢູ່ປະມານ 1.1320 ແລະ 1.1300 ຕາມລຳດັບ ກຳລັງຈຳກັດການປັບລົງໃນທັນທີຂອງຄູ່ສະກຸນເງິນຫຼັກນີ້. ຖ້າຜູ້ຂາຍສາມາດຜ່ານແນວຮັບ 1.1300 ໄດ້ 1.1230 ອາດເປັນຈຸດຢຸດຊົ່ວຄາວລະຫວ່າງການປັບລົງ ກ່ອນມຸ່ງໜ້າໄປຫາຈຸດຕ່ຳສຸດຂອງປີ 2021 ປະມານ 1.1185. ຄວນສັງເກດວ່າ ຈຸດສູງສຸດ-ຕ່ຳສຸດໃນເດືອນມີນາ 2020 ໃກ້ 1.1150 ຈະທົດສອບຄວາມອ່ອນແອຂອງ EURUSD ຫາກລາຄາຜ່ານ 1.1185 ລົງໄປ ກ່ອນຊີ້ທາງໃຫ້ຝ່າຍຂາຍມຸ່ງໜ້າໄປຫາລະດັບຈິດວິທະຍາ 1.1000.
ໃນຂະນະດຽວກັນ ເສັ້ນແນວຕ້ານລາຍອາທິດ ຢູ່ປະມານ 1.1380 ຕາມລາຄາລ່າສຸດ ກຳລັງຈຳກັດການຟື້ນຕົວໄລຍະສັ້ນຂອງ EURUSD. ຖ້າລາຄາປັບຂຶ້ນຜ່ານ 1.1380 ຝ່າຍຊື້ຈະເລັ່ງເປົ້າໄປທີ່ 1.1430 ແລະຈຸດສູງສຸດປະຈຳເດືອນທີ່ 1.1485. ຖ້າຜູ້ຊື້ EURUSD ຍັງຄຸມຕະຫຼາດໄດ້ເໜືອ 1.1485 ທັດສະນະຂາລົງລ່າສຸດຈະຖືກລົບລ້າງ ແລະດັນລາຄາໃຫ້ມຸ່ງໜ້າໄປຫາຈຸດສູງສຸດໃນເດືອນຕຸລາ 2021 ໃກ້ 1.1690.