
GBPUSD ແກວ່ງຕົວຢູ່ໃກ້ລະດັບສູງສຸດໃນຮອບ 3 ອາທິດ ກ່ອນການເຜີຍແຜ່ຂໍ້ມູນຊຸດໃຫຍ່ຂອງອັງກິດ ພ້ອມລຸ້ນໃຫ້ສະຖິຕິປັບຂຶ້ນຕິດຕໍ່ກັນ 6 ມື້. ແນວໃດກໍຕາມ ເສັ້ນ RSI (14) ຊົງຕົວຢູ່ໃກ້ເຂດຊື້ຫຼາຍເກີນໄປ ແລະກຳລັງຈະເກີດສັນຍານຕັດກັນຂາລົງ (bear cross) ເທິງ MACD ຊຶ່ງບົ່ງຊີ້ວ່າແຮງຊື້ກຳລັງອ່ອນລົງ. ດັ່ງນັ້ນ ລາຄາອາດຈະປັບລົງໄປຫາຈຸດສູງສຸດຂອງການແກວ່ງຕົວໃນທ້າຍເດືອນກັນຍາ ປະມານ 1.2270 ໃນໄວໆນີ້. ແຕ່ຫຼັງຈາກນັ້ນ ລະດັບທີ່ເສັ້ນ 100-SMA ຕັດກັບລະດັບ Fibonacci retracement 23.6% ຂອງການປັບລົງຂອງຄູ່ເງິນນີ້ໃນຊ່ວງເດືອນສິງຫາ-ຕຸລາ ໃກ້ລະດັບ 1.2215 ອາດເປັນດ່ານຕ້ານທີ່ຜ່ານໄດ້ຍາກສຳລັບຝ່າຍຂາຍ Cable. ແມ່ນແຕ່ວ່າລາຄາຫຼຸດຕ່ຳກວ່າ 1.2215 ເສັ້ນຕ້ານທານເກົ່າທີ່ລາກມາຈາກທ້າຍເດືອນສິງຫາ ແລະຢູ່ໃກ້ 1.2090 ໃນເວລາຂຽນ ກໍຈະເປັນດ່ານຕໍ່ໄປ ກ່ອນຮອດຈຸດຕ່ຳສຸດຂອງເດືອນປະມານ 1.2035 ແລະລະດັບ 1.2000 ເຊິ່ງເປັນແນວຮັບສຸດທ້າຍຂອງຜູ້ຊື້ເງິນປອນອັງກິດ.
ຂະນະທີ່ດຽວກັນ ຣະດັບ Fibonacci 38.2% ທີ່ປະມານ 1.2320 ຈະກັນການຟື້ນຕົວຂຶ້ນໃນຣະຍະໃກ້ຂອງຄູ່ເງິນ GBPUSD ກ່ອນຖຶງດ່ານ 200-SMA ທີ່ 1.2375. ຈາກນັ້ນ ການຫັນກັບຄືນ Fibonacci 50% ທີ່ປະມານ 1.2415 ອາດດຶງດູຝ່າຍື້ Cable. ສິ່ງສຳຄັນທີ່ສຸດແມ່ນແນວຕ້ານທານທີ່ 1.2510 ຊຶ່ງປະກອບດ້ວຍຈຸດຕັດກັນຂອງເສັ້ນແນວໂນ້ມຂາລົງທີ່ດຳເນີນຕ່ໍເນື່ອງກັນ 7 ອາທິດ ແລະການຫັນກັບຄືນ Fibonacci 61.8% ຊຶ່ງເຊັນກັນໃນນາມ Golden Ratio, ຈະທ້າທາຍຜູ້ຊື້ເງິນປອນອັງກິດ ກ່ອນທີ່ພວກເຂົາຈະຄວບຄຸມຕະຫຼາດໄດ້. ຖ້າຄູ່ເງິນນີ້ຍັງຄົງແຂງຄ່າຜ່ານ 1.2510 ໂອກາດທີ່ລາຄາຈະປັບຂຶ້ນໄປຫາຈຸດສູງສຸດຂອງວັນທີ 30 ສິງຫາ ທີ່ປະມານ 1.2750 ກໍຍັງຕັດທິ້ງບໍ່ໄດ້.
ໂດຍສະຫຼຸບ ແຮງຊື້ກຳລັງອ່ອນລົງ ແຕ່ເສັ້ນທາງລົງຍັງອີກໄກແລະຂຸຂະ ຂະນະທີ່ການປັບຂຶ້ນຕ້ອງມີການຢືນຢັນຈາກລະດັບ 1.2510.